ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີເປີດການຊ້ອມຮົບຮ່ວມຫຼາຍຝ່າຍ ພາຍໃຕ້ຫົວຂໍ້ “ສັນຕິພາບ-ມິດຕະພາບ 2023”


     ພິທີເປີດການຊ້ອມຮົບຮ່ວມຫຼາຍຝ່າຍ ພາຍໃຕ້ຫົວຂໍ້ “ສັນຕິພາບ-ມິດຕະພາບ 2023” (AMAN YOUYI-2023) ໄດ້ເປີດຂື້ນ
ຢ່າງເປັນທາງການໃນວັນທີ 13 ພະຈິກ 2023 ນີ້, ທີ່ເມືອງຈ້ານຈຽງ ແຂວງກວາງຕຸ້ງ ສປ ຈີນ ໂດຍມີ 6 ປະເທດເຂົ້າຮ່ວມຄື: ສປ ຈີນ
ເຈົ້າພາບ, ກຳປູເຈຍ, ລາວ, ມາເລເຊຍ,ໄທ ແລະ ຫວຽດນາມ. ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຈິງຈ້ຽນເຟິງ ຄະນະກຳມະ
ການທະຫານສູນກາງ ຮອງຫົວໜ້າເສນາທິການກົມເສນາທິການປະສານເຫຼົ່າ ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງຝ່າຍລາວເຂົ້າຮ່ວມ
ໂດຍ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ມີບັນດາທ່ານ, ບັນດາສະຫາຍຄະ
ນະຊີ້ນຳ ແລະ ກຳລັງເຂົ້າຊ້ອມຮົບຕົວຈິງຂອງແຕ່ລະປະເທດ ເຂົ້າຮ່ວມ.

     ໃນພິທີຄະນະຊີ້ນຳແຕ່ລະປະເທດໄດ້ຂື້ນມີຄຳເຫັນ ເຊິ່ງໃນນັ້ນ, ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການ
ກອງທັບປະຊາຊົນລາວ ໄດ້ມີຄຳເຫັນວ່າ: ການຝຶກຊ້ອມໃນຄັ້ງນີ້, ຖືເປັນນິມິດໝາຍອັນສຳຄັນ ແລະ ເປັນບາດກ້າວອັນໃໝ່ ໃຫ້ແກ່ກອງ
ທັບ ໃນພາກພື້ນໄດ້ມີໂອກາດຝຶກຊ້ອມດ້ານກຳ ລັງທະຫານຮ່ວມກັນ ໂດຍສະເພາະແມ່ນການຝຶກຊ້ອມຮ່ວມກຳລັງປະກອບອາວຸດ ກອງ
ທັບປົດປ່ອຍປະຊາຊົນຈີນ ເຊິ່ງເປັນການສ້າງໂອກາດອັນດີໃຫ້ນາຍ ແລະ ພົນທະຫານແຕ່ລະປະເທດ ໄດ້ມີການແລກປ່ຽນຄວາມຮູ້, ບົດ
ຮຽນ, ປະສົບການດ້ານທິດສະດີ, ຫຼັກກາານ ແລະ ຍຸດທະວິທີໃນການສູ້ຮົບໂຈມຕີ ເພື່ອສ້າງໃຫ້ກໍາລັງຂອງຕົນມີຄວາມຊໍານິຊໍານານ, ມີ
ປະສົບການ ແລະ ຄວາມພ້ອມໃນການຕໍ່ສູ້ຕ້ານກັບກຸ່ມຄົນ ແລະ ປະເທດທີ່ບໍ່ຫວັງດີ ທີ່ຍາມໃດກໍຫວັງມ້າງເພທຳລາຍກໍ່ຄວາມບໍ່ສະຫງົບ
ໃຫ້ແກ່ບັນດາປະເທດໃນພາກພື້ນ, ເວົ້າສະເພາະ ກໍເພື່ອປົກປັກຮັກສາສັນຕິພາບໃນພາກພື້ນ ແລະ ໃນໂລກໃຫ້ມີຄວາມໝັ້ນຄົງ ແລະ ວັດ
ທະນາຖາວອນ.

     ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ກ່າວຕື່ມອີກວ່າ: ການຝຶກຊ້ອມໃນຄັ້ງນີ້, ບໍ່ພຽງແຕ່ເປັນການຝຶກຊ້ອມດ້ານພາລະກຳລັງຮ່ວມກັນ
ເທົ່ານັ້ນ ແຕ່ຍັງເປັນໂອກາດອັນດີໃຫ້ແກ່ນາຍ ແລະ ພົນທະຫານ ຈາກປະເທດທີ່ເຂົ້າຮ່ວມກັບນາຍ ແລະ ພົນທະຫານຈາກກອງທັບປົດປ່ອຍ
ປະຊາຊົນຈີນ ໄດ້ມີໂອກາດພົບປະໂອ້ລົມແລກປ່ຽນວັດທະນະທຳ ແລະ ເປັນການສ້າງຄວາມສາມັກຄີອັນສະໜິດສະໜົມກັນຫຼາຍຂຶ້ນ. ເຊິ່ງ
ເປັນພື້ນຖານອັນດີໃນການເສີມສ້າງໄມຕີຈິດລະ ຫວ່າງບັນດາກອງທັບໃນປະເທດອາຊຽນ ແລະ ສປ ຈີນ ໃຫ້ມີຄວາມແໜ້ນແຟ້ນຂຶ້ນໄປເທື່ອ
ລະກ້າວ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 15/11/2023